Menu 2

Bienvenue à l’ambassade de la R.D.P Lao

ແຈ້ງການ ເຖິງ: ພົນລະເມືອງຝລັ່ງ ແລະ ຕ່າງປະເທດທີ່ຈະເດີນທາງເຂົ້າ-ອອກ ສປປ ລາວAVIS AUX RESSORTISSANT FRAN.Written by Ambassade Lao   Saturday, 30 August 2025 23:49ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳນະຄອນຫຼວງປາຣີ, ປະເທດຝຣັ່ງ ຂໍຖືເປັນກຽດແຈ້ງມາຍັງບັນດາທ່ານຊາບວ່າ: ກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ, ກົມໃຫຍ່ສັນຕິບານ, ກະຊວງປ້ອງກັນຄວາມສະຫງົບຈະເລີມທົດລອງນໍາໃຊ້ລະບົບການບັນທຶກການເຂົ້າ-ອອກ ສປປ ລາວ ແບບໃໝ່ ເພື່ອປ່ຽນແທນການຂຽນແບບພິມ ແຈ້ງເຂົ້າ-ອອກທີ່ໃຊ້ໃນປະຈຸບັນດັ່ງນີ້:               ນັບແຕ່ວັນທີ 01 ກັນຍາ 2025 ເປັນຕົ້ນໄປ, ຄົນຕ່າງປະເທດທີ່ນຳໃຊ້ໜັງສືເດີນທາງ ທີ່ມີຈຸດປະສົງ       ຈະເດີນທາງເຂົ້າ-ອອກ ສປປ ລາວ ຈະຕ້ອງໄດ້ລົງທະບຽນຜ່ານລະບົບອອນລາຍທີ່ເວບໄຊ: www.immigration.gov.la, ກ່ອນລວ່ງໜ້າຢ່າງໜ້ອຍ 03 ມື້ກອ່ນອອກເດີນທາງ.  ການທົດລອງນໍາໃຊ້ລະບົບ   ໃໝ່ນີ້ຈະຖຶກເລີ່ມປະຕິບັດກ່ອນຢູ່ 04 ດ່ານສາກົນ ຄື: 1) ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ; 2)​   ສະໜາມບິນສາກົນຫຼວງພະບາງ, ແຂວງຫຼວງພະບາງ; 3) ສະໜາມບິນສາກົນປາກເຊ, ແຂວງຈຳປາສັກ ແລະ 4) ດ່ານສາກົນຂົວມິດຕະພາບລາວ-ໄທ 01 ນະຄອນຫຼວງວຽງຈັນ.              ພາຍຫຼັງທີ່ສຳເລັດການລົງທະບຽນແລ້ວ, ທ່ານຈະໄດ້ຮັບ QR Code ທີ່ຈະສາມາດໃຊ້ເພື່ອແຈ້ງການເຂົ້າ-ອອກຕໍ່ເຈົ້າໜ້າທີ່ຕຳຫຼວດກວດຄົນເຂົ້າ-ອອກເມືອງປະຈຳດ່ານທີ່ກ່າວມາເທີງນັ້ນ ໂດຍບໍ່ຈຳເປັນຕ້ອງຂຽນຟອມ ຫຼື ຕື່ມແບບພິມແຈ້ງ ເຂົ້າ-ອອກ ສປປ ລາວ ອີິກ.